ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການຊ້ອມຮົບຮ່ວມຫຼາຍຝ່າຍທີ່ ສປ ຈີນ ໄດ້ສຳເລັດລົງຢ່າງຈົບງາມ

     ການຊ້ອມຮົບຮ່ວມຫຼາຍຝ່າຍພາຍໃຕ້ຫົວຂໍ້ “ສັນຕິພາບມິດຕະພາບ 2023“ ( AMAN YOU YI 2023 ) ທີ່ ເມືອງຈ້ານ
ຈ້ຽງ ແຂວງ ກວາງຕຸ້ງ ສປ ຈີນ ໄດ້ດໍາເນີນມາແຕ່ວັນທີ 13 ພະຈິກ ເປັນຕົ້ນມາຮອດວັນທີ 22 ພະຈິກ 2023 ນີ້, ກໍໄດ້ຈັດຕັ້ງສະ
ແດງຊ້ອມປະສານຂອງກຳລັງແຕ່ລະກອງທັບບຸກຕີເປົ້າໝາຍການກໍ່ການຮ້າຍຮ່ວມກັນສຳເລັດລົງດ້ວຍໝາກຜົນອັນຈົບງາມ ແລະ
ໄດ້ຈັດຕັ້ງພິທີປີດການຝຶກຊ້ອມຮ່ວມລົງຢ່າງເປັນທາງການ. ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຫຼິວເຈີ້ນລີ້ ຫົວໜ້າເສນາ
ກົມເສນາທິການປະສານເຫຼົ່າ, ຄະນະກໍາມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ມີສະຫາຍ ພົນໂທ ຄໍາລຽງ ອຸ
ທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ
ລາວ, ມີບັນດາທ່ານ, ບັນດາສະຫາຍ, ຄະນະນໍາ, ຄະນະຮັບຜິດຊອບ ແລະ ກຳລັງຝຶກຊ້ອມຂອງ 6 ປະເທດເຂົ້າຮ່ວມ.

     ໂອກາດ, ເຂົ້າຮ່ວມຊົມການສະແດງຊ້ອມປະສານຂອງກຳລັງແຕ່ລະກອງທັບບຸກຕີເປົ້າໝາຍການກໍ່ການຮ້າຍຮ່ວມກັນ ແລະ ພິ
ທີປີດການຝຶກຊ້ອມຮ່ວມຫຼາຍຝ່າຍທີ່ ສປ ຈີນ ເປັນເຈົ້າພາບໃນຄັ້ງນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນວ່າ: ໃນ
ນາມຕາງໜ້າກອງທັບປະຊາຊົນລາວ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງສູງທີ່ໄດ້ເຂົ້າຮ່ວມພິທີປິດການຝືກຊ້ອມຮົບຮ່ວມ
ຫລາຍຝ່າຍ, ສໍາລັບກອງທັບປະຊາຊົນລາວ ແມ່ນຄັ້ງທໍາອິດທີ່ໄດ້ນໍາເອົາກໍາລັງຈໍານວນຫຼາຍອອກໄປປະຕິບັດໜ້າທີ່ຊ້ອມຮົບຮ່ວມ
ຫຼາຍຝ່າຍຢູ່ຕ່າງປະເທດ ແລະ ການຝືກຊ້ອມຄັ້ງນີ້ເປັນກາລະໂອກາດທີ່ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິງໃຫ້ແກ່ນາຍທະຫານ
ກອງທັບປະຊາຊົນລາວ ໄດ້ແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການຮ່ວມກັບຫຼາຍປະເທດ ໂດຍສະເພາະບັນດາຫຼັກການ
ແລະ ຍຸດທະວິທີໃນການສູ້ຮົບໂຈມຕີ ເພື່ອສ້າງໃຫ້ກຳລັງຂອງຕົນມີຄວາມຊໍານິຊໍານານ, ມີປະສົບການ ແລະ ຄວາມພ້ອມເພື່ອຮັບ
ມືກັບໄພຂົ່ມຂູ່ດ້ານຕ່າງໆໄດ້ຢ່າງມີປະສິດທິພາບສູງ.

     ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຍັງກ່າວຕື່ມອີກວ່າ: ຜົນສໍາເລັດຂອງການຊ້ອມຮົບຮ່ວມຫຼາຍຝ່າຍ ຄັ້ງນີ້ເປັນປະຫັວດ
ສາດທີ່ຢັ້ງຢືນໃຫ້ເຫັນເຖີງໝາກຜົນຂອງການຮ່ວມມື ແລະ ຄວາມສາມັກຄີມິດຕະພາບ ລະຫວ່າງ 6 ກອງທັບທີ່ເຂົ້າຮ່ວມໃຫ້ນັບມື້
ເພີ່ມທະວີ ແລະ ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນການພົວພັນຮ່ວມມືໃນຂົງເຂດວຽກງານປ້ອງກັນຊາດ, ການຕ້ານການກໍ່ການ
ຮ້າຍຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພທໍາລາຍ ແລະ ກໍ່ຄວາມບໍ່ສະຫງົບ ໃຫ້ແກ່ບັນດາປະເທດໃນພາກພື້ນເວົ້າສະເພາະ, ກໍເພື່ອປົກປັກ
ຮັກສາພາກພື້ນ ແລະ ໃນໂລກໃຫ້ມີຄວາມໝັ້ນຄົງ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 23/11/2023